Groove
Chevrolet Groove
ຄຸນລັກສະນະສະເພາະ ແລະ ສີລົດ ອາດຈະມີຄວາມແຕກຕ່າງກັນໃນແຕ່ລະລຸ້ນຈາກຕົວຈິງຂອງລົດ. ກະລຸນາ ສອບຖາມກັບຕົວແທນຈໍາໜ່າຍ ຂອງທ່ານ ເພື່ອຢືນຍັນລຸ້ນທີ່ມີຢູ່ໃນປະຈຸບັນ.
ພາຍນອກ
ໂດດເດັ່ນທຸກມຸມມອງ ທີ່ເຫັນແລ້ວບໍ່ສາມາດປະຕິເສດໄດ້
Chevrolet Groove ໄດ້ ຍົກລະດັບມາດຕະຖານ ຄວາມຄາດຫວັງຂອງທ່ານຕໍ່ກັບຍານພາຫະນະປະເພດ CUV ຂຶ້ນໄປອີກຂັ້ນ.
The Groove ສະແດງເຖິງ ທັງ ບຸກຄະລິກລັກສະນະ ແລະ ຄວາມເຊື່ອໝັ້ນ ຂອງຍານພາຫະນະ Crossover ດ້ວຍ ຮູບຊົງທີ່ທັນສະໄໝ, ມີພະລັງ ພ້ອມດ້ວຍ ປະສິດທິພາບຂອງເຄື່ອງຈັກ Turbo. ມັນສາມາດ ສ້າງຄວາມສົມດຸນທີ່ດີເລີດ ລະຫວ່າງ ຮູບແບບ ແລະ ກຳລັງຂັບເຄື່ອນ, ເຊິ່ງກຽມພ້ອມສຳລັບການເດີນທາງໃນຕົວເມືອງທີ່ທັນສະໄໝ.
ພາຍໃນ
ຄວາມສະດວກສະບາຍ, ຮູບແບບທີ່ໂດດເດັ່ນ ແລະ ບັນຍາກາດທີ່ສົມບູນແບບ
ພາຍໃນຂອງ The Groove ມີການອອກແບບທີ່ປະສານກັນຢ່າງລົງຕົວ,ມີສິ່ງອໍານວຍຄວາມສະດວກ ແລະ ຄວາມສະບາຍ. ດ້ວຍ ການຈັດວາງບ່ອນນັ່ງທີ່ສາມາດປັບປ່ຽນໄດ້ ຢ່າງຄ່ອງຕົວ ພ້ອມທັງລະບົບອັດສະລິຍະ ຕ່າງໆ. ລົດຄັນນີ້ເປັນຫຼາຍກວ່າລົດ Crossover ທົ່ວໄປ, ມັນແມ່ນ ເພື່ອນຮ່ວມທາງທີ່ເຂົ້າເຖິງຄວາມຮູ້ສຶກ ໃນທຸກການຂັບຂີ່. ເບາະນັ່ງແບບໜັງລະດັບພຣີມ້ຽມ ແລະ ຫຼັງຄາ Sunroof ຄວບຄຸມດ້ວຍລະບົບໄຟຟ້າ ທີ່ມາພ້ອມກັບ ລະບົບປ້ອງກັນການໜີບ ສຳພັດເຖິງຄວາມຫຼູຫຼາທີ່ຈັບຕ້ອງໄດ້, ພ້ອມທັງເພີ່ມ ການຮອງຮັບ ແລະ ຄວາມສະດວກສະບາຍຍິ່ງຂື້ນ ໃຫ້ປະສິດທິພາບສູງຂຶ້ນ, ພ້ອມທັງມອບ ອິດສະຫຼະໃນການເປີດໂລ່ງຮັບອາກາດບໍລິສຸດ ໃນທຸກໆການເດີນທາງ.

ເຄື່ອງຈັກ
ການອັດເພີ່ມ ຄວາມແຮງສູງສຸດ
ລົດ Groove ມາພ້ອມກັບເຄື່ອງຈັກເທີໂບ 4 ສູບ ຂະໜາດ 1.5 ລິດ, ທີ່ໄດ້ຮັບການອອກແບບທາງວິສະວະກຳ ເພື່ອໃຫ້ມີປະສິດທິພາບທີ່ມີຄວາມຄ່ອງຕົວສູງ ແລະ ໃຫ້ກໍາລັງແຮງເຖິງ 150 ແຮງມ້າ ພ້ອມແຮງບິດ 255 Nm, ເຊິ່ງເຮັດໃຫ້ທ່ານມີພະລັງງານທີ່ລຽບງ່າຍ ແລະ ສ້າງຄວາມໝັ້ນໃຈໃນທຸກການຂັບຂີ່

ໂຕຖັງ
ຄວາມສາມາດໃນການບັນຈຸຂອງຖັງນໍ້າມັນ
ເພີດເພີນໄປກັບການຂັບຂີ່ຢ່າງອິດສະຫຼະ ໂດຍບໍ່ຕ້ອງກັງວົນເລື່ອງນໍ້າມັນ ແລະ ການຜະຈົນໄພທີ່ບໍ່ມີວັນສິ້ນສຸດ ດ້ວຍຖັງນໍ້າມັນທີ່ສາມາດບັນຈຸໄດ້ເຖິງ 45 ລິດ.
ລົດ Groove ສາມາດບັນຈຸນໍ້າມັນໄດ້ຫຼາຍຂຶ້ນ ເພື່ອການເດີນທາງທີ່ຍາວນານ, ເຊິ່ງຊ່ວຍປະຢັດເວລາ ແລະ ຊ່ວຍໃຫ້ທ່ານມີສະມາທິໃນການຂັບຂີ່ໄດ້ຢ່າງຕໍ່ເນື່ອງ ໂດຍບໍ່ຕ້ອງຈອດເຕີມນໍ້າມັນເລື້ອຍໆ.

ການປົກປ້ອງ
ລະບົບປ້ອງກັນຖົງລົມນິລະໄພຮອບດ້ານ
ໃຫ້ການຂັບຂີ່ໄປໄດ້ຢ່າງໝັ້ນໃຈ ທ່ານ ແລະ ຄົນທີ່ທ່ານຮັກໄດ້ຮັບການປົກປ້ອງ ແລະ ປ້ອງກັນໄພຮອບດ້ານ. ລະບົບຖົງລົມນິລະໄພດ້ານໜ້າ, ດ້ານຂ້າງ ແລະ ຜ້າມ່ານ ຂອງລົດ Groove ຖືກອອກແບບມາເພື່ອຮັກສາຄວາມປອດໄພຂອງທ່ານ ແລະ ຜູ້ໂດຍສານຈາກທຸກມຸມ, ເຮັດໃຫ້ທຸກການເດີນທາງຮູ້ສຶກປອດໄພ ແລະ ໝົດຄວາມກັງວົນ

ປະສິດທິພາບອັນມີພະລັງແລະແປຜັນ
ກຳລັງຂັບເຄື່ອນແບບເທີໂບ
- ເຄື່ອງຈັກເທີໂບ 1.5 ລິດ 4 ສູບ ແບບ DOHC ພ້ອມດ້ວຍ DVCP
- ກໍາລັງສູງສຸດ: 150 (ps)
- ແຮງບິດສູງສຸດ: 255 ນິວຕັນແມັດ (Nm)
- ລະບົບສົ່ງກຳລັງແບບແປຜັນ

ການອອກແບບທີ່ໂດດເດັ່ນແບບສະປອສ
ຮູບແບບແລະລັກສະນະທີ່ໂດດເດັ່ນ
- ສະເກິດໜ້າແບບຄາບອນໄຟເບີມັນວາວ
- ລໍ້ແມັກອັນລອຍແບບ Two tone ຂະໜາດ 215/55 R17
- ເສົາອາກາດແບບຄີປາສະຫຼາມແລະສະປອຍເລີ
- ທໍ່ອາຍເສຍຄູ່ທີ່ມີຮູບແບບສະປອສແລະມີປະສິດທິພາບດີ
- ຫຼັງຄາເປີດ-ປິດດ້ວຍລະບົບໄຟຟ້າ
- ບ່ອນນັ່ງແບບບັກເກັດຫຸ້ມໜັງ

ຄວາມປອດໄພລະດັບພຣີມ້ຽມ
ປ້ອງກັນຮອບດ້ານ
- ລະບົບຜູ້ຊ່ວຍຂັບຂີ່ອັດສະລິຍະ ແລະ ລະບົບຜູ້ຊ່ວຍໃນສະພາບການຈະລາຈອນຕິດຂັດ
- ລະບົບເຕືອນເມື່ອລົດອອກນອກເລນ
- ລະບົບປ້ອງກັນການອອກນອກເລນ
- ລະບົບຄວາມປອດໄພແຈ້ງເຕືອນປ້ອງກັນການຕຳດ້ານໜ້າ
- ລະບົບຮັກສາເລນສຸກເສີນ
- ລະບົບຊ່ວຍອອກໂຕໃນທາງລາດຊັນ
- ລະບົບຖົງລົມນິລະໄພຄູ່ໜ້າ, ດ້ານຂ້າງ ແລະ ມ່ານ
- ກ້ອງຖອຍຫຼັງທີ່ມີເສັ້ນກະໄລຍະ
- ຕາໄຟໜ້າໂປຣເຈັກເຕີແບບ LED ພ້ອມໄຟສ່ອງສະຫວ່າງໃນຕອນກາງເວັນ DRL
- ລະບົບຊ່ວຍເປີດ/ປິດ ຕາໄຟສູງຕ່ຳ ອັດຕະໂນມັດແບບອັດສະລິຍະ
- ຕາໄຟຕັດໝອກໜ້າຮາໂລເຈນ
- ຕາໄຟທ້າຍ ແລະ ໄຟຕັດໝອກຫຼັງ LED
- ແວ່ນສ່ອງຂ້າງທີ່ມີລະບົບເຮັດຄວາມຮ້ອນ
- ຫຼັງຄາຊັນລູບ ເປີດ/ປິດ ດ້ວຍໄຟຟ້າ ພ້ອມລະບົບປ້ອງກັນການໜີບ

ການເຊື່ອມຕໍ່ອັດສະລິຍະ
ລຽບງ່າຍ ແລະ ອັດສະລິຍະ
- ໜ້າຈໍ ຄວາມບັນເທີງແບບຈໍສຳຜັດຂະໜາດ 10.25 ນິ້ວ
- ຮອງຮັບ Apple CarPlay and Android Auto
- ໜ້າຈໍກົງເຕີ ສະແດງຂໍ້ມູນການຂັບຂີ່ແບບດິຈິຕອລ ຂະໜາດ 7 ນິ້ວ

Control with Comfort
Command Effortlessly
- ກະແຈອັດສະລິຍະ (ລະບົບເຂົ້າລົດ ແລະ ສະຕາດລົດໂດຍບໍ່ຕ້ອງໃຊ້ກະແຈ)
- ເບຣກມືໄຟຟ້າພ້ອມລະບົບເບຣກຊົ່ວຄາວ
- ລະບົບຄວບຄຸມເປີດ/ປິດ ຕາໄຟໜ້າອັດຕະໂນມັດ
- ລະບົບປັດນໍ້າຝົນໜ້າແບບອັດຕະໂນມັດພ້ອມເຊັນເຊີກວດຈັບຝົນ
- ການເປີດແວ່ນທັງໝົດດ້ວຍຣີໂໝດ
- ລະບົບຄວບຄຸມອຸນຫະພູມອັດຕະໂນມັດ
- ພວງມາໄລຮູບຊົງໂຕ D ທີ່ມີຫຼາຍຟັງຊັນ
- ເບາະຄົນຂັບປັບດ້ວຍໄຟຟ້າ 6 ທິດທາງ
- ແວ່ນ ແລະ ລະບົບລັອກປະຕູຄວບຄຸມດ້ວຍໄຟຟ້າ
- ແວ່ນສ່ອງຂ້າງປັບ ແລະ ພັບດ້ວຍໄຟຟ້າ
- ແວ່ນສ່ອງຂ້າງທີ່ມີຫຼາຍຟັງຊັນ
- ການປັບລະດັບຕາໄຟໜ້າ

ພື້ນທີ່ເກັບສຳພາລະ ແລະ ເບາະນັ່ງທີ່ສາມາດປັບປ່ຽນໄດ້
ຄວາມສາມາດບັນຈຸທີ່ປັບປ່ຽນໄດ້ຫຼາຍຂຶ້ນ
- ມີບ່ອນນັ່ງທັງໝົດ 5 ບ່ອນ
- ການພັບແບບແຍກສ່ວນ 60/40 (ບ່ອນນັ່ງແຖວທີ 2)
- ປະລິມານພື້ນທີ່ເກັບເຄື່ອງຂອງລົດ Groove
- ປະລິມານການບັນທຸກ 436 ລິດ (ເມື່ອບ່ອນນັ່ງແຖວທີ 2 ຢູ່ໃນທ່າຕັ້ງຂຶ້ນ)
- ປະລິມານພື້ນທີ່ເກັບເຄື່ອງ 1,120 ລິດ (ເມື່ອພັບບ່ອນນັ່ງແຖວທີ 2 ລົງ )
- ພື້ນທີ່ເກັບເຄື່ອງດ້ານຫຼັງມາພ້ອມກັບຝາປິດ
- ພື້ນທີ່ບັນທຸກເຄື່ອງແບບພັບລຽບ
- ຄວາມຈຸຖັງນໍ້າມັນ 45 ລິດ
ເທັກໂນໂລຢີ
ເຕັກໂນໂລຢີທີ່ລໍ້າສະໄໝ ແລະ ການເຊື່ອມຕໍ່ອຸປະກອນອັດສະລິຍະ
ກຽມພ້ອມທີ່ຈະເຊື່ອມຕໍ່ໄປນຳກັນ ດ້ວຍລະບົບຄວາມບັນເທີງໃນລົດ ໜ້າຈໍແບບຈໍສຳຜັດຂະໜາດ 10.25 ນິ້ວ ຂອງລົດ Groove, ທີ່ມາພ້ອມກັບລະບົບການເຊື່ອມຕໍ່ໂທລະສັບ ຮອງຮັບ Apple CarPlay ແລະ Android Auto, ພ້ອມທັງມີ ໜ້າຈໍກົງເຕີສະແດງຂໍ້ມູນການຂັບຂີ່ທີ່ສຳຄັນຂອງທ່ານແບບດິຈິຕອລ ຂະໜາດ 7 ນິ້ວ.
ລາຍລະອຽດລົດ
ເຄື່ອງຈັກ
ລະບົບຂັບເຄື່ອນ
ລະບົບພວງມາໄລ
ພາຍນອກ
ພາຍໃນ
ສີ່ງອຳນວຍຄວາມສະດວກສະບາຍ
ຄວາມປອດໄພ
ລະບົບຂັບຂີ່ອັດຊະລິຍະຂັ້ນສູງ
ຂໍ້ມູນສະເປັກລົດທົ່ວໄປ
ສາຂາ ຕົວແທນຈໍາຫນ່າຍ
CHEVROLET LAO – VIENTIANE
Asean road(T2), Nongduang Nuea Village, Chanthabuly District, Vientiane Capital, Lao PDR.
020 7666 8666, 7999 8000
CHEVROLET LAO – SAVANNAKHET
Hua Meang Nuea Village, Kaisone Phomvihane City, Savannakhet Province,Lao PDR.
020 7666 7776
CHEVROLET LAO – SOUTHERN
Km 3 Salakhiew-Dongjong, Sanamxay Village, Pakse City, Lao PDR.






















