Vehicles
PromotionTest Drive

ລົດໄຟຟ້າລຸ້ນໃໝ່ຫຼ້າສຸດ

SPARK EUV

ໄລຍະທາງການຂັບຂີ່ດ້ວຍໄຟຟ້າສູງເຖິງ 360 ກິໂລແມັດ

(ມາດຕະຖານ NEDC)

ໜ້າຈໍສຳຜັດ 10.1 ນິ້ວ

ຮອງຮັບການເຊື່ອມຕໍ່ Apple CarPlay® and Android Auto™

ກ້ອງ 360 ອົງສາ

ພ້ອມເຊັນເຊີໜ້າ-ຫຼັງ

ຕົບແຕ່ງໃນແບບທີ່ເປັນທ່ານ

ດ້ວຍອຸປະກອນເສີມ

ເລືອກສີທີ່ໂດດເດັ່ນ ແລະ ຊົງພະລັງ ໃນແບບຂອງທ່ານ

6 ສີພາຍນອກ ພ້ອມຫຼັງຄາສີທູໂທນ (ຂາວ ຫຼື ດຳ)
ຮູບລັກສະນະພາຍນອກ

Star Twinkle Black

ຮູບລັກສະນະພາຍໃນ

Black Leatherette

ເມືອງຂອງທ່ານ, ການຜະຈົນໄພຂອງທ່ານ

ປະສົບການຂັບຂີ່ໃນເມືອງທີ່ໂດດເດັ່ນບໍ່ຄືໃຜ. Spark EUV ຈະປ່ຽນທຸກການເດີນທາງ ໃຫ້ເປັນການຜະຈົນໄພໃນແບບຂອງທ່ານເອງ. ດ້ວຍດີໄຊນ໌ທີ່ໂກ້ເກ໋, ສະໜຸກສະໜານ ແລະ ອອກແບບມາເພື່ອຕອບໂຈດໄລຟ໌ສະໄຕລ໌ຂອງທ່ານ — ນີ້ຄືເອກະລັກສະເພາະຕົວໃນທຸກເສັ້ນທາງ.

Spark EUV ລຸ້ນ ACTIV

ຮ່ວມຜະຈົນໄພໃນເມືອງໄປກັບ Spark EUV ແລະ ກຳນົດທຸກເສັ້ນທາງດ້ວຍຕົວຕົນຂອງທ່ານ.
  • ໄລຍະທາງ 360 KM, ຂັບເຄື່ອນລໍ້ໜ້າ (FWD)
  • ໄຟໜ້າ LED
  • ລະບົບກະແຈອັດສະລິຍະ
  • ລະບົບສະຕາດລົດອັດສະລິຍະ
  • ໜ້າຈໍສໍາຜັດຂະໜາດ 10.1 ນິ້ວ ພ້ອມຮອງຮັບ Apple CarPlay® ແລະ Android Auto™
  • ໜ້າຈໍສະແດງຂໍ້ມູນການຂັບຂີ່ຂະໜາດ 8.8 ນິ້ວ
  • ກ້ອງຮອບຄັນ 360 ອົງສາ ພ້ອມເຊັນເຊີໜ້າ ແລະ ຫຼັງ
  • ລະບົບຄວບຄຸມຄວາມໄວອັດຕະໂນມັດ
  • ລະບົບເຕືອນຮັດສາຍຮັດນິລະໄພກ່ອນອອກຕົວ
  • ຖົງລົມນິລະໄພຄູ່ໜ້າ ແລະ ດ້ານຂ້າງ
  • ລະບົບສາກໄຟໃນຕົວລົດຂະໜາດ 7 ກິໂລວັດ
  • ລໍ້ແມັກອັລລອຍຂະໜາດ 16 ນິ້ວ

ດີໄຊນ໌

ສ້າງມາເພື່ອຜູ້ທີ່ມັກຄົ້ນຫາໃນເມືອງຍຸກໃໝ່.

Spark EUV ໃໝ່ລ່າສຸດ! ມາພ້ອມດີໄຊນ໌ຊົງກ່ອງ (Boxy Design) ທີ່ໂດດເດັ່ນ ແລະ ມີໃຫ້ເລືອກເຖິງ 6 ສີສັນ ທີ່ສະກົດທຸກສາຍຕາ. ນອກຈາກນັ້ນ, ທ່ານຍັງສາມາດປັບແຕ່ງໄດ້ຕາມໃຈມັກ ດ້ວຍຫຼັງຄາແບບສອງສີ (Two-tone roof) ທີ່ບົ່ງບອກເຖິງສະໄຕລ໌ໃນແບບຂອງທ່ານເອງ.

ການປັບແຕ່ງຕາມແບບຂອງທ່ານ

ອອກແບບໃຫ້ເປັນຕົວຕົນຂອງທ່ານເອງ ດ້ວຍອຸປະກອນເສີມຫຼາກຫຼາຍ ແລະ ການເລືອກຕົບແຕ່ງຕາມໃຈມັກ! ບໍ່ວ່າທ່ານຈະເປັນສາຍຜະຈົນໄພ, ນັກຫຼິ້ນເກມ, ນັກກິລາ, ສາຍອະນຸລັກສິ່ງແວດລ້ອມ ຫຼື ມັກວັດທະນະທຳປ໊ອບ (Pop Culture) — ທ່ານກໍສາມາດຕົບແຕ່ງ Spark EUV ໃຫ້ເຂົ້າກັບສະໄຕລ໌ຂອງທ່ານໄດ້ຢ່າງລົງຕົວ.

ຍັງບໍ່ໝົດພຽງເທົ່ານັ້ນ! ພວກເຮົາຍັງມີຊຸດແຕ່ງສະເກິດຮອບຄັນ (Ground effects), ກ່ອງເກັບເຄື່ອງເທິງຫຼັງຄາ ແລະ ອຸປະກອນອື່ນໆອີກຫຼາຍຢ່າງ ທີ່ຈະເຮັດໃຫ້ລົດຄັນນີ້ໂດດເດັ່ນບໍ່ຄືໃຜ. ເຊີນເຂົ້າມາເລືອກຊົມອຸປະກອນຕົບແຕ່ງທັງໝົດໄດ້ທີ່ຕົວແທນຈຳໜ່າຍຂອງທ່ານ.

ພາຍໃນ

ພາຍໃນທີ່ທັນສະໄໝ

Modern Interior

ໃນຂະນະທີ່ພາຍນອກມີສະຕິກເກີ (decals) ທີ່ໂດດເດັ່ນ, ສະດຸດຕາ ແລະ ມີເອກະລັກສະເພາະຕົວໃຫ້ເລືອກ; ແຕ່ພາຍໃນທ່ານຈະໄດ້ສຳຜັດກັບຄວາມ luxury ແບບທັນສະໄໝ ແລະ ລຽບງ່າຍ.

ມີບ່ອນນັ່ງທີ່ກວ້າງຂວາງ 4 ບ່ອນນັ່ງ ແລະ ຕົບແຕ່ງດ້ວຍໜັງທຽມ (leatherette) ເຊິ່ງມີໃຫ້ເລືອກທັງ ສີດຳ ຫຼື ສີເບສ (Beige).

ໜ້າຈໍຄວາມບັນເທີງຂະໜາດ 10.1 ນິ້ວ

ເຊື່ອມຕໍ່ ແລະ ຄວບຄຸມທຸກຢ່າງໄດ້ງ່າຍດາຍດ້ວຍໜ້າຈໍສຳຜັດທີ່ທັນສະໄໝຂະໜາດ 10.1 ນິ້ວ. ມາພ້ອມກັບລະບົບ Apple CarPlay® ແລະ Android Auto™ ເຊິ່ງຊ່ວຍເຊື່ອມຕໍ່ແອັບທີ່ທ່ານມັກ, ເພງ ແລະ ລະບົບນຳທາງໄດ້ຢ່າງຕໍ່ເນື່ອງ ເພື່ອການຂັບຂີ່ທີ່ສະຫຼາດ ແລະ ສະໜຸກສະໜານຍິ່ງຂຶ້ນ.

Space for everyone & everything you need

The Spark EUV boasts spacious seating for up to 4 passengers. Its modern, ultra-soft leatherette interior comes in two options-Beige or Black. With 428 liters of cargo space, it easily fits your daily essentials. Fold the rear seats down and unlock up to 1,375 liters of space-enough to fit up to 6 medium-sized suitcases-making it perfect for weekend getaways or big shopping trips.

ສະມັດຖະນະການຂັບຂີ່

ຄວາມແຮງທີ່ມາພ້ອມກັບຄວາມງຽບ

ສຳຜັດພະລັງການຂັບເຄື່ອນລໍ້ໜ້າ (FWD) ດ້ວຍແຮງບິດ 180Nm ແລະ ກຳລັງ 75kW ທີ່ຈະຍົກລະດັບການຂັບຂີ່ລົດໄຟຟ້າຂອງທ່ານໃຫ້ເໜືອກວ່າດ້ວຍ 3 ໂໝດການຂັບຂີ່:

Eco: ເນັ້ນຄວາມປະຢັດ ແລະ ປະສິດທິພາບສູງສຸດ.
Normal: ສົມດຸນລະຫວ່າງຄວາມປະຢັດ ແລະ ຄວາມແຮງ.
Sports: ເພີ່ມອັດຕາເລັ່ງໃຫ້ທັນໃຈ ແລະ ຂັບຂີ່ໄດ້ຄ່ອງຕົວວ່ອງໄວຍິ່ງຂຶ້ນ.

ຄວາມປອດໄພ ແລະ ສິ່ງອໍານວຍຄວາມສະດວກ

ຄວາມປອດໄພຂອງທ່ານ ຄືສິ່ງສຳຄັນທີ່ສຸດຂອງພວກເຮົາ

ກ້ອງສ່ອງພາບຮອບຄັນ 360 ອົງສາ

ເພີ່ມຄວາມໝັ້ນໃຈດ້ວຍທັດສະນະວິໄສທີ່ເໜືອກວ່າ ເຊິ່ງຊ່ວຍໃຫ້ທ່ານເບິ່ງເຫັນລົດ Spark EUV ໄດ້ຢ່າງຊັດເຈນໃນທຸກມຸມມອງ ແລະ ທຸກອົງສາຮອບຕົວລົດ.

ຖົງລົມນິລະໄພດ້ານໜ້າ ແລະ ດ້ານຂ້າງ

ລະບົບຖົງລົມນິລະໄພ 4 ຈຸດ ທີ່ຕິດຕັ້ງມາພ້ອມກັບຕົວລົດ ຈະຊ່ວຍປົກປ້ອງສ່ວນຫົວ ແລະ ເອິກຂອງທ່ານ ຈາກເຫດການ ຫຼື ສິ່ງກີດຂວາງທີ່ບໍ່ຄາດຄິດ.

ເຊັນເຊີເຕືອນໄລຍະ ດ້ານໜ້າ ແລະ ດ້ານຫຼັງ

ລະບົບນີ້ຈະຊ່ວຍໃຫ້ຜູ້ຂັບຂີ່ສາມາດກວດຈັບວັດຖຸ ຫຼື ສິ່ງກີດຂວາງທີ່ຢູ່ໃນໄລຍະໃກ້ຮອບຕົວລົດ ເພື່ອເພີ່ມຄວາມປອດໄພໃນການຂັບຂີ່ ແລະ ການຈອດລົດ.

ລະບົບຄວບຄຸມຄວາມໄວອັດຕະໂນມັດ

ຊ່ວຍຮັກສາລະດັບຄວາມໄວຂອງລົດໃຫ້ຄົງທີ່ໂດຍທີ່ທ່ານບໍ່ຈຳເປັນຕ້ອງຢຽບຄັນເລັ່ງ ຄ້າງໄວ້ຕະຫຼອດເວລາ.

ກະຈົກເບິ່ງຂ້າງພັບໄຟຟ້າ ແລະ ກະຈົກປະຕູຂ້າງອັດສະລິຍະ

ກະຈົກເບິ່ງຂ້າງ: ຈະພັບເກັບແບບອັດຕະໂນມັດທັນທີເມື່ອທ່ານຈອດລົດ ເພື່ອຄວາມປອດໄພ ແລະ ສະດວກສະບາຍ.
ລະບົບຣີໂໝດ: ທ່ານສາມາດສັ່ງເປີດ-ປິດກະຈົກປະຕູຂ້າງໄດ້ງ່າຍໆ ພຽງແຕ່ປາຍນິ້ວສຳຜັດຜ່ານກຸນແຈຣີໂໝດ (Key Fob).

ເບາະນັ່ງຄົນຂັບປັບໄຟຟ້າ 6 ທິດທາງ / ເບາະນັ່ງຜູ້ໂດຍສານປັບ manual 4 ທິດທາງ

ຊ່ວຍໃຫ້ທ່ານປັບຕຳແໜ່ງເບາະນັ່ງໄດ້ເຖິງ 6 ທິດທາງ ພຽງແຕ່ກົດປຸ່ມສຳຜັດ, ເຊິ່ງປະກອບມີ: ການປັບອຽງຊ້າຍ-ຂວາ, ປັບຂຶ້ນ-ລົງ ແລະ ເລື່ອນໄປທາງໜ້າ-ທາງຫຼັງ ເພື່ອໃຫ້ໄດ້ທ່າທີ່ເໝາະສົມ ແລະ ສະບາຍທີ່ສຸດໃນການຂັບຂີ່.

ລະບົບລັອກການຂັບຂີ່ເມື່ອບໍ່ຄາດສາຍນິລະໄພ

ລະບົບນີ້ຈະຊ່ວຍຮັບປະກັນວ່າຜູ້ຂັບຂີ່ຈະຕ້ອງ ຄາດສາຍນິລະໄພກ່ອນ ຈຶ່ງຈະສາມາດຂັບເຄື່ອນລົດອອກໄປໄດ້. ລະບົບນີ້ຖືກອອກແບບມາໃຫ້ໃຊ້ງານງ່າຍ, ໂດຍຈະມີການແຈ້ງເຕືອນ ແລະ ສົ່ງສັນຍານໃຫ້ຜູ້ຂັບຂີ່ຄາດສາຍນິລະໄພໃຫ້ຮຽບຮ້ອຍກ່ອນເລີ່ມຕົ້ນການເດີນທາງ.

ລະບົບສະຕາດລົດອັດສະລິຍະ

ທ່ານສາມາດເລີ່ມການເຮັດວຽກຂອງ Spark EUV ໄດ້ໂດຍບໍ່ຈຳເປັນຕ້ອງໃຊ້ກຸນແຈ ຫຼື ກົດປຸ່ມໃດໆ. ພຽງແຕ່ທ່ານນັ່ງຢູ່ບ່ອນນັ່ງຄົນຂັບໂດຍທີ່ມີກຸນແຈຣີໂໝດ (Key Fob) ຢູ່ພາຍໃນລົດ, ແລ້ວຢຽບເບກ ເພື່ອເລີ່ມຕົ້ນການເດີນທາງໄດ້ທັນທີ.

ເມື່ອຕ້ອງການປິດລະບົບການເຮັດວຽກຂອງລົດ, ພຽງແຕ່ປ່ຽນເກຍໄປທີ່ຕຳແໜ່ງ “Park” (P) ທ່ານກໍສາມາດລົງຈາກລົດໄດ້ເລີຍ.

ແບັດເຕີຣີ ແລະ ໄລຍະທາງການຂັບຂີ່

ກຳນົດທຸກການເດີນທາງ ດ້ວຍພະລັງທີ່ເຕັມປ່ຽມ

ເພີ່ມໄລຍະທາງການຂັບຂີ່ໃຫ້ສູງສຸດ ດ້ວຍລະບົບສາກໄຟກັບຄືນອັດສະລິຍະ

Spark EUV ມາພ້ອມກັບແບັດເຕີຣີ Lithium-ion ທີ່ມີຄວາມຈຸ 42 kWh ແລະ ລະບົບລະບາຍຄວາມຮ້ອນດ້ວຍຂອງແຫຼວ (Liquid-cooled), ເຊິ່ງຊ່ວຍຮັກສາສະມັດຖະນະໃຫ້ດີຢູ່ສະເໝີ ແລະ ຍືດອາຍຸການໃຊ້ງານຂອງແບັດເຕີຣີໃຫ້ຍາວນານ ໂດຍການຄວບຄຸມອຸນຫະພູມທັງໃນຂະນະສາກ ແລະ ຂະນະຂັບຂີ່.

ຜູ້ຂັບຂີ່ສາມາດເລືອກ ໂໝດການກູ້ຄືນພະລັງງານ (Energy Recovery Modes) ໄດ້ເຖິງ 3 ລະດັບ ຄື: (ລະດັບແຮງ, ລະດັບປົກກະຕິ ແລະ ລະດັບເບົາ) ເຊິ່ງຈະຊ່ວຍເພີ່ມໄລຍະທາງການຂັບຂີ່ໃຫ້ໄດ້ສູງສຸດ ຜ່ານລະບົບການສາກໄຟກັບຄືນຈາກການເບກ.

ດ້ວຍໄລຍະທາງການຂັບຂີ່ສູງເຖິງ 360 ກິໂລແມັດ (ມາດຕະຖານ NEDC), ທ່ານຈະໄດ້ຮັບຄວາມຄຸ້ມຄ່າເກີນຄາດສຳລັບການຂັບຂີ່ໃນຕົວເມືອງ. ໝາຍຄວາມວ່າ ທ່ານສາມາດຂັບຂີ່ໄດ້ຫຼາຍມື້ໂດຍບໍ່ຈຳເປັນຕ້ອງສາກໄຟເລື້ອຍໆ (ຂຶ້ນກັບລັກສະນະການຂັບຂີ່ ແລະ ສະພາບຖະໜົນ).

ອຸ່ນໃຈໃນທຸກການນຳໃຊ້
  • ການຮັບປະກັນແບັດເຕີຣີ: ຄຸ້ມຄອງຍາວນານເຖິງ 8 ປີ ຫຼື 160,000 ກິໂລແມັດ (ຕາມເງື່ອນໄຂການຮັບປະກັນ).
  • ການຮັບປະກັນຕົວລົດ: ໝັ້ນໃຈດ້ວຍການຮັບປະກັນຕົວລົດ 3 ປີ.
ການສາກໄຟຢູ່ເຮືອນ:

ສະດວກສະບາຍດ້ວຍການສາກໄຟຢູ່ເຮືອນ ຜ່ານສາຍສາກເຄື່ອນທີ່ (ລະດັບ 1) ຫຼື ຕູ້ສາກມາດຕະຖານ 7kW (ລະດັບl 2) ເພື່ອໃຫ້ໄຟເຕັມພ້ອມໃຊ້ງານໃນຕອນເຊົ້າ.

  • ລະດັບ 1: ສຳລັບການສາກເສີມ; ຈາກ 20% – 80% ພາຍໃນ 13.5 ຊົ່ວໂມງ (ກຳລັງໄຟ 2.5kW)*
  • ລະດັບ 2: ສາກຜ່ານຕູ້ສາກຕິດຝາ (Wall box) 7kW ໃຫ້ໄຟເຕັມ (ຈາກ 20% ຫາ 100%) ພາຍໃນ 7 ຊົ່ວໂມງ (ກຳລັງໄຟ 6.6kW)
ການສາກໄຟລະຫວ່າງການເດີນທາງ

ລະບົບສາກໄຟດ່ວນ (DC Fast Charge): ທ່ານສາມາດໃຊ້ບໍລິການໄດ້ຢູ່ສະຖານີສາກໄຟດ່ວນທີ່ມີຫຼາຍຮ້ອຍແຫ່ງທົ່ວພາກພື້ນ ໂດຍການສາກພຽງ 10 ນາທີ ກໍສາມາດເພີ່ມໄລຍະທາງການຂັບຂີ່ໄດ້ເຖິງ 50 ກິໂລແມັດ (ຫຼື ສາກຈາກ 30% – 80% ພາຍໃນເວລາພຽງ 35 ນາທີ).

ລະບົບສາກໄຟສາທາລະນະ (AC Public Charging): ສາມາດເພີ່ມໄລຍະທາງການຂັບຂີ່ໄດ້ສູງເຖິງ 41 ກິໂລແມັດ ຕໍ່ການສາກ 1 ຊົ່ວໂມງ. ໂດຍການສາກຈາກ 20% – 80% ຈະໃຊ້ເວລາປະມານ 7 ຊົ່ວໂມງ (ດ້ວຍກຳລັງໄຟ 6.6kW).

ຂະໜາດໂຕລົດ

ຄວາມຍາວ

4,001 mm

ຄວາມກວ້າງ

1,750 mm

ຄວາມສູງ

1,726 mm

ດາວໂຫລດໂບຊົວ

ຂໍ້ມູນລົດ

ຮູບຊົງຕົວຖັງ
ຍີ່ຫໍ້ ຈີບ
ຈຳນວນບ່ອນນັ່ງ
4-5
ລະບົບມໍເຕີຂັບເຄື່ອນແບບປະສົມປະສານ
ກຳລັງມໍເຕີ 75 kW (ລະບົບລະບາຍຄວາມຮ້ອນດ້ວຍຂອງແຫຼວ)
ຊ່ວງລາງດ້ານໜ້າ
ອິດສະຫຼະ McPherson Strut ພ້ອມຄອຍສະປິງ
ລະບົບພວງມະໄລ
ພວງມະໄລໄຟຟ້າ (EPS) ແບບ Rack & Pinion
ຊ່ວງລາງດ້ານຫຼັງ
ກຶ່ງອິດສະຫຼະ Torsion beam ພ້ອມຄອຍສະປິງ (Coil spring)
ລະບົບເບກ
ດິດເບກ ທັງ 4 ລໍ້ ພ້ອມລະບົບຄວບຄຸມການຊົງຕົວ (ESC)
ປະເພດຢາງລົດ
205/60 R16
ປະເພດລໍ້
ຂະໜາດລໍ້: 16 ນິ້ວ
ແມ່ແຮງ ແລະ ຊຸດເຄື່ອງມື
" ນ້ຳໜັກບັນທຸກທີ່ກຳນົດ: 1,000 ກິໂລ (1 ໂຕນ)"
ກຳລັງສູງສຸດ
75 kW (ທຽບເທົ່າກັບ 101 ແຮງມ້າ)
ແຮງບິດສູງສຸດ (Nm)
180 Nm
ໄລຍະຫ່າງຖານລໍ້ (mm)
2560
ຄວາມຍາວ (mm)
4003
ຄວາມກວ້າງ (mm)
1750
ຄວາມສູງ (mm)
1726
ໄລຍະຫ່າງລະຫວ່າງລໍ້ໜ້າ (mm)
730
ໄລຍະຢືນດ້ານຫຼັງ (ຈາກຈຸດໃຈກາງລໍ້ຫຼັງ ຫາ ສົ້ນກັນຊົນຫຼັງ (mm)
713
ໄລຍະຫ່າງລະຫວ່່າງລໍ້ໜ້າ ຊ້າຍ ຂວາ (mm)
1515
ໄລຍະຫ່າງຕໍ່າສຸດຈາກພື້ນ (ຄວາມສູງໃຕ້ທ້ອງລົດ) (mm)
140
ມູມປະທະ (ມຸມເງີຍດ້ານໜ້າ)
22
ມຸມອອກເດີນທາງ (ມຸມຍົກດ້ານຫຼັງ)
32
ຄວາມຈຸບ່ອນເກັບເຄື່ອງ (ເມື່ອພັບເບາະ ຫຼື ປົກກະຕິ)
428 ລິດ (ກໍລະນີມີຢາງລົດສຳຮອງ)
549 ລິດ (ກໍລະນີບໍ່ມີຢາງລົດສຳຮອງ)
ຄວາມຈຸສູງສຸດ (ເມື່ອພັບເບາະ)
1,375 ລິດ (ກໍລະນີມີຢາງລົດສຳຮອງ)
1,493 ລິດ (ກໍລະນີບໍ່ມີຢາງລົດສຳຮອງ
ຄວາມໄວສູງສຸດ (Km/h)
150
ຄວາມສາມາດໃນການຂື້ນທາງຊັນ (ຄວາມສາມາດໃນການໄຕ່ຄ້ອຍ)
> 30%
ອັດຕາເລັ່ງ 0 - 50 km/h (ວິນາທີ)
4.2
ອັດຕາເລັ່ງ 0 - 100 km/h (ວິນາທີ)
11.2
ຄວາມສາມາດໃນການອອກຕົວເທິງທາງຊັນ
ເດີນໜ້າ ແລະ ຖອຍຫຼັງ ຫຼາຍກວ່າ 30%
ໄລຍະທາງການຂັບຂີ່ ຕາມມາດຕະຖານ NEDC (ກິໂລແມັດ)"
360
ອັດຕາການຊົມໃຊ້ພະລັງງານ ຕາມມາດຕະຖານ NEDC (ກິໂລວັດຊົ່ວໂມງ ຕໍ່ 100 ກິໂລແມັດ)"
13.3
ໄຟໜ້າແບບ LED Projector ທີ່ມາພ້ອມກັບໄຟຫຼັງຄາ (DRL) ແລະ ໄຟລ້ຽວໃນໂຄມດຽວກັນ"
ລະບົບເປີດ-ປິດໄຟໜ້າອັດຕະໂນມັດ ພ້ອມເຊັນເຊີກວດຈັບແສງ ແລະ ນ້ຳຝົນ"
ໄຟຕັດໝອກດ້ານຫຼັງແບບ LED
ໄຟທ້າຍແບບ LED
ລໍ້ແມັກອັນລອຍ ຂະໜາດ 16 ນິ້ວ
ຝາປິດດຸມລໍ້ສີດຳ ພ້ອມໂລໂກ້ Chevrolet
ແຜ່ນກັນຮອຍຂອບປະຕູ Spark EUV
ລະບົບປົດລັອກ ຫຼື ເປີດຝາທ້າຍດ້ວຍຣີໂມດ
ຮາວຫຼັງຄາ
ຮັບປະກັນແບັດເຕີລີ້ 8 ປີ ຫຼື 160,000 ກິໂລແມັດ.
ແບັດເຕີລີ້ຂະໜາດ 42 kWh ພ້ອມລະບົບລະບາຍຄວາມຮ້ອນດ້ວຍຂອງແຫຼວ (ນ້ຳຢາ).
ໄລຍະທາງການຂັບຂີ່ 360 ກິໂລແມັດ (ຕາມມາດຕະຖານ NEDC).
ມໍເຕີດ່ຽວ ຂັບເຄື່ອນລໍ້ໜ້າ (FWD); ກຳລັງ 75 ກິໂລວັດ (kW) ແລະ ແຮງບິດທັນໃຈ 180 ນິວຕັນແມັດ (Nm).
ການສາກແບບ AC ຈາກ 20% - 100% ພາຍໃນ 7 ຊົ່ວໂມງ
ການສາກແບບ DC Fast Charge ພຽງ 10 ນາທີ ແລ່ນໄດ້ 50 ກິໂລແມັດ (ຈາກ 30% - 80% ໃຊ້ເວລາພຽງ 35 ນາທີ).
ຫ້ອງໂດຍສານກວ້າງຂວາງ 4 ບ່ອນນັ່ງ.
ເບາະໜັງ ມີໃຫ້ເລືອກເປັນ ສີດຳ ຫຼື ສີນ້ຳຕານອ່ອນ.
ເບາະນັ່ງຄົນຂັບ ປັບດ້ວຍໄຟຟ້າ 6 ທິດທາງ.
ເບາະນັ່ງຜູ້ໂດຍສານດ້ານໜ້າ ປັບດ້ວຍມື 4 ທິດທາງ.
ເນື້ອທີ່ເກັບເຄື່ອງດ້ານທ້າຍ 428 ລິດ ແລະ ສາມາດເພີ່ມຂຶ້ນເປັນ 1,375 ລິດ ເມື່ອພັບເບາະຫຼັງລົງ.
ເບາະນັ່ງດ້ານຫຼັງ ສາມາດພັບແຍກໄດ້.
ພວງມະໄລສາມາດປັບລະດັບ ສູງ-ຕ່ຳ ແລະ ດຶງ ເຂົ້າ-ອອກ ໄດ້.
ລະບົບປັບອາກາດ ພ້ອມແຜ່ນກອງຝຸ່ນ
ພົມປູພື້ນລົດ.
ກ້ອງມຸມມອງອ້ອມຄັນລົດ 360 ອົງສາ ພ້ອມເຊັນເຊີ້ກວດຈັບໄລຍະທາງດ້ານໜ້າ ແລະ ດ້ານຫຼັງ.
ລະບົບຄວາມປອດໄພ "ຕ້ອງຮັດສາຍຮັດນິລະໄພກ່ອນຂັບ", ເຊິ່ງຈະປ້ອງກັນບໍ່ໃຫ້ປ່ຽນເກຍອອກຈາກຕຳແໜ່ງຈອດ (P) ຈົນກວ່າຄົນຂັບຈະຮັດສາຍຮັດນິລະໄພຮຽບຮ້ອຍ.
ລະບົບຄວບຄຸມຄວາມໄວຄົງທີ່ອັດຕະໂນມັດ.
ລະບົບ E-booster ຊ່ວຍເສີມແຮງເບກໃຫ້ມີປະສິດທິພາບສູງຂຶ້ນ.
ເບກມືໄຟຟ້າ.
ປຸ່ມໂທສຸກເສີນ (SOS)
ຊຸດປະຖົມພະຍາບານເບື້ອງຕົ້ນ, ຖັງດັບເພີງ ແລະ ຊຸດອຸປະກອນສຸກເສີນຍາມເດີນທາງ.
ລະບົບພາບຊ່ວຍເບິ່ງອ້ອມຄັນລົດແບບຄວາມລະອຽດສູງ (HD).
ລະບົບສັນຍານເຕືອນເມື່ອຂັບຂີ່ເກີນຄວາມໄວທີ່ກຳນົດ.
ລະບົບສັນຍານເຕືອນຄົນຍ່າງ (ສົ່ງສຽງເຕືອນໃຫ້ຄົນຂ້າງນອກໄດ້ຍິນ ເພາະລົດໄຟຟ້າແລ່ນງຽບຫຼາຍ).
ລະບົບຊ່ວຍຈອດດ້ານຫຼັງ.
ສັນຍານເຕືອນໃຫ້ຮັດສາຍຮັດນິລະໄພ (ທັງຄົນຂັບ ແລະ ຜູ້ໂດຍສານ).
ສາຍຮັດນິລະໄພແບບຜ່ອນແຮງດຶງ ແລະ ລັອກອັດຕະໂນມັດເມື່ອເກີດເຫດສຸກເສີນ.
ລະບົບກວດສອບ ແລະ ແຈ້ງເຕືອນແຮງດັນລົມຢາງ.
ໜ້າຈໍລະບົບຄວາມບັນເທີງ (Infotainment) ແບບສຳຜັດຂະໜາດ 10.1 ນິ້ວ: ຮອງຮັບການເຊື່ອມຕໍ່ Android Auto ແລະ Apple CarPlay.
ຊ່ອງຈ່າຍໄຟ 12V: ຕິດຕັ້ງຢູ່ບໍລິເວນບ່ອນພັກແຂນ.
ລະບົບສຽງ: ລຳໂພງ 6 ຈຸດ.
ໜ້າຈໍສະແດງຂໍ້ມູນການຂັບຂີ່ (Driver Information Center): ຂະໜາດ 8.8 ນິ້ວ.
ລະບົບຊ່ວຍເບຣກ ແລະ ສາກໄຟກັບ (Regenerative Braking): ສາມາດປັບໄດ້ 3 ລະດັບ (ເບົາ, ກາງ, ແລະ ແຮງ).
ໂໝດການຂັບຂີ່ 3 ຮູບແບບ: Eco (ປະຢັດ), Normal (ປົກກະຕິ) ແລະ Sport (ສະປອດ).
ພວງມະໄລໄຟຟ້າ: ພ້ອມປຸ່ມຄວບຄຸມເທິງພວງມະໄລ.
ພວງມະໄລແບບ Multi-function: ສາມາດຄວບຄຸມລະບົບ Cruise Control (ຄວບຄຸມຄວາມໄວຄົງທີ່) ແລະ ລະບົບສຽງ.
ຊ່ອງສຽບ USB ຫຼາຍຈຸດ: ມີທັງແບບ Type-A ແລະ Type-C.
ກະຈົກເບິ່ງຂ້າງພັບໄຟຟ້າ ແລະ ກະຈົກປະຕູໄຟຟ້າ: ພ້ອມລະບົບເປີດ-ປິດ ອັດຕະໂນມັດພຽງການກົດບາດດຽວ (One-touch Up/Down).
ລະບົບກຸນແຈ Keyless Entry: ແລະ ລະບົບສະຕາດລົດໂດຍບໍ່ຕ້ອງໃຊ້ກຸນແຈ (Hands Free Start System).
ການຮັບປະກັນຕົວລົດ: 3 ປີ ຫຼື 100,000 ກິໂລແມັດ (ແລ້ວແຕ່ຢ່າງໃດຢ່າງໜຶ່ງຈະມາຮອດກ່ອນ).
ການຮັບປະກັນແບັດເຕີຣີແບບມີເງື່ອນໄຂ: 8 ປີ ຫຼື 160,000 ກິໂລແມັດ (ແລ້ວແຕ່ຢ່າງໃດຢ່າງໜຶ່ງຈະມາຮອດກ່ອນ).

ສາຂາ ຕົວແທນຈໍາຫນ່າຍ

CHEVROLET LAO – VIENTIANE

Asean road(T2), Nongduang Nuea Village, Chanthabuly District, Vientiane Capital, Lao PDR.

020 7666 8666, 7999 8000

CHEVROLET LAO – SAVANNAKHET

Hua Meang Nuea Village, Kaisone Phomvihane City, Savannakhet Province,Lao PDR.

020 7666 7776

CHEVROLET LAO – SOUTHERN

Km 3 Salakhiew-Dongjong, Sanamxay Village, Pakse City, Lao PDR.

020 7666 3666

ຂໍໃບສະເໜີລາຄາ

ປ້ອນລາຍລະອຽດຕິດຕໍ່ຂອງທ່ານ