ສະຫຼາດກວ່າກັບ
The All-New Captiva Plug-In Hybrid
ປະໂຫຍດຂອງລະບົບ ປລັກອິນ ໄຮບຣິດ
ສອງເຄື່ອງຈັກໃນຄັນດຽວ: ໜຶ່ງລະບົບໄຟຟ້າ (EV) ແລະ ໜຶ່ງລະບົບນ້ຳມັນ (Petrol).
ເດີນທາງໄດ້ໄກກວ່າ
ໄລຍະທາງຂັບຂີ່ລວມສູງສຸດ 1,000+ ກິໂລແມັດ
ຮູບຊົງທັນສະໄໝ
ລາຄາທີ່ຄຸ້ມຄ່າ
ໜ້າຈໍຄວາມບັນເທີງຂະໜາດ 15.6 ນິ້ວ
ລະບົບສຳຜັດ (Touchscreen)

ລົດ CAPTIVA ລຸ້ນປລັກອິນ ໄຮບຣິດ (PHEV)
All-New Captiva Plug-In Hybrid ພ້ອມແລ້ວທີ່ຈະມອບຄວາມປອດໄພ ແລະ ຄວາມບັນເທີງທີ່ທັນສະໄໝ ໃຫ້ກັບທ່ານ ແລະ ຄອບຄົວ ໃນທຸກໆການເດີນທາງທີ່ກຳລັງຈະມາເຖິງ.
ລຸ້ນ Premier (ພຣີມ້ຽມ)
- ໜ້າຈໍຄວາມບັນເທີງລະບົບສຳຜັດຂະໜາດ 15.6 ນິ້ວ: ຮອງຮັບ Apple CarPlay® ແລະ Android Auto™
- ກ້ອງສ່ອງພາບຮອບທິດທາງ 360 ອົງສາ
- ຫຼັງຄາແກ້ວພາໂນຣາມິກ: ເປີດ-ປິດໄດ້ກວ້າງຂວາງ
- ຝາທ້າຍໄຟຟ້າ: ເປີດ-ປິດອັດຕະໂນມັດ
- ລະບົບຄວບຄຸມຄວາມໄວອັດຕະໂນມັດແບບແປຜັນ ແລະ ລະບົບຄວບຄຸມຄວາມໄວໃນທາງໂຄ້ງ
- ລະບົບເບກສຸກເສີນອັດຕະໂນມັດ
- ລະບົບເຕືອນການຕຳທາງໜ້າ
- ລະບົບເຕືອນ ແລະ ຊ່ວຍປະຄອງລົດໃຫ້ຢູ່ໃນເລນ
- ລະບົບຊ່ວຍຂັບຂີ່ອັດສະລິຍະ
ສະແດງຄວາມສະຫຼາດໃນແບບຂອງທ່ານ
ຄອບຄົວທີ່ສະຫຼາດ ຍ່ອມເລືອກສິ່ງທີ່ດີທີ່ສຸດ. ໃຫ້ Captiva Plug-In Hybrid ທີ່ມີຄ່າບຳລຸງຮັກສາຕໍ່າ ເປັນຕົວຊ່ວຍໃນທຸກການເດີນທາງຂອງທ່ານ.
ນອກຈາກການອອກແບບພາຍນອກທີ່ສວຍງາມແບບໃໝ່ແລ້ວ, ທ່ານຍັງຈະໄດ້ເພີດເພີນໄປກັບການອອກແບບພາຍໃນທີ່ກວ້າງຂວາງ ດ້ວຍເບາະນັ່ງ 2 ແຖວ ທີ່ຮອງຮັບໄດ້ເຖິງ 5 ບ່ອນນັ່ງ; ພ້ອມດ້ວຍໄຟໜ້າແບບ LED, ພວງມະໄລຫຸ້ມໜັງ ແລະ ເບາະນັ່ງໜັງຄຸນນະພາບສູງ ທີ່ມີໃຫ້ເລືອກທັງສີດຳ (Black) ຫຼື ສີຊາຍ (Sandy).

ລໍ້ອັລລອຍ ຂະໜາດ 18 ນິ້ວ

ພາຍໃນທີ່ປານີດ ຫູຫຼາດ້ວຍເບາະໜັງ ແລະ ການຕົບແຕ່ງດ້ວຍລາຍໄມ້

ຮູບໂສມພາຍນອກທີ່ທັນສະໄໝ ແລະ ໂສບສ່ຽວ ພ້ອມໄຟໜ້າແບບ LED

ພື້ນທີ່ເກັບເຄື່ອງດ້ານທ້າຍກວ້າງເຖິງ 532 ລິດ

ຫຼັງຄາແກ້ວພາໂນຣາມິກ
ສະຫຼາດກວ່າ ໂດຍບໍ່ຕ້ອງຄາດເດົາ
ນີ້ຄືຂໍ້ມູນເຈາະເລິກລາຍລະອຽດພາຍໃນຂອງ Captiva Plug-In Hybrid.

ໜ້າຈໍອັດສະລິຍະ ຂະໜາດ 15.6 ນິ້ວ ໃນລຸ້ນ Premier
ໜ້າຈໍອັດສະລິຍະ ຂະໜາດ 10.1 ນິ້ວ ໃນລຸ້ນ LT
ເຊື່ອມຕໍ່ໄດ້ທຸກເວລາດ້ວຍ
Apple CarPlay® & Android Auto™
ລຳໂພງ 6 ໜ່ວຍ
ພ້ອມລະບົບສຽງຮອບທິດທາງທີ່ສ້າງບັນຍາກາດໄດ້ສະເໝືອນຈິງ
ຊ່ອງສຽບ USB 2 ຈຸດຢູ່ທາງໜ້າ ແລະ 2 ຈຸດຢູ່ທາງຫຼັງ
(Type A & Type C)
ເອົາຊະນະຄວາມວຸ້ນວາຍ. ກ້າວຂ້າມຄວາມຈຳເຈ ດ້ວຍຄວາມອັດສະລິຍະທີ່ເໜືອກວ່າ.
All-New Captiva Plug-In Hybrid ພ້ອມມອບປະສົບການການຂັບຂີ່ທີ່ນຸ້ມນວນ ແລະ ງຽບສະຫງົບ ຈົນທ່ານຢາກຈະບອກຕໍ່ໃຫ້ໂລກຮູ້.

ເຄື່ອງຈັກ 1.5 ລິດ ທີ່ໃຫ້ກຳລັງແຮງລວມສູງສຸດ 201 ແຮງມ້າ ແລະ ແຮງບິດ 310 ນິວຕັນແມັດ
ແບັດເຕີຣີລີທຽມ ຂະໜາດ 20.5 kWh
ໄລຍະທາງຂັບຂີ່ລວມສູງສຸດ 1,000+ ກິໂລແມັດ (ມາດຕະຖານ NEDC)
ລົດປລັກອິນ ໄຮບຣິດ ທີ່ພ້ອມພາທ່ານໄປໄດ້ໄກກວ່າ
ລົດ Captiva ລະບົບປລັກອິນ ໄຮບຣິດ ອັດສະລິຍະ ຄືທາງເລືອກທີ່ຄຸ້ມຄ່າ, ນ້ຳໜັກເບົາ ແລະ ເປັນມິດກັບສິ່ງແວດລ້ອມ ສຳລັບພໍ່ແມ່ທີ່ທັນສະໄໝ ແລະ ສະຫຼາດເລືອກ. ດ້ວຍໄລຍະທາງການຂັບຂີ່ທີ່ໄກກວ່າ 1,000 ກິໂລແມັດ, ນີ້ຄືລົດໃນຝັນສຳລັບຄອບຄົວທີ່ມັກການເດີນທາງ ແລະ ການທ່ອງທ່ຽວ.
ສອງເຄື່ອງຈັກ. ໜຶ່ງການເດີນທາງທີ່ອັດສະລິຍະ.
ສຳຜັດກັບສິ່ງທີ່ດີທີ່ສຸດຈາກທັງສອງລະບົບໄປກັບ Chevrolet Captiva Plug-In Hybrid. ດ້ວຍເຄື່ອງຈັກສອງຮູບແບບ: ໜຶ່ງລະບົບໄຟຟ້າ ແລະ ອີກໜຶ່ງລະບົບນ້ຳມັນ. ເພີດເພີນໄປກັບທຸກການເດີນທາງແບບບໍ່ມີຂີດຈຳກັດ ແລະ ເລືອກເຕີມພະລັງງານໄດ້ຕາມຄວາມສະດວກຂອງທ່ານ, ບໍ່ວ່າຈະເປັນການຊາດໄຟຟ້າ ຫຼື ການເຕີມນ້ຳມັນ.

ເຕີມພະລັງງານ
ທ່ານສາມາດເລືອກແວ່ປ້ຳນ້ຳມັນໃກ້ບ້ານ ເພື່ອເຕີມນ້ຳມັນໃຫ້ກັບ Captiva Plug-In Hybrid ຂອງທ່ານໄດ້ຕາມປົກກະຕິ.

ການສາກໄຟ
ລະດັບ 1: ເຕີມພະລັງງານດ້ວຍເຄື່ອງສາກແບບພົກພາ (ຂະໜາດ 2.1 kW) ໂດຍໃຊ້ເວລາປະມານ 6 ຊົ່ວໂມງ (ສາກຈາກ 30% ຫາ 100%).
ລະດັບ 2: ໃຊ້ເຄື່ອງສາກສາທາລະນະ ຫຼື ເຄື່ອງສາກຕິດຝາຢູ່ບ້ານ (ຂະໜາດ 3.3 kW) ໂດຍໃຊ້ເວລາປະມານ 4 ຊົ່ວໂມງ (ສາກຈາກ 30% ຫາ 100%).
ການສາກແບບດ່ວນ (DC Fast Charging): ຊ່ວຍໃຫ້ຜູ້ຂັບຂີ່ສາກໄຟໄດ້ເຖິງ 80% (ດ້ວຍກຳລັງໄຟ 24 kW) ໃນເວລາພຽງແຕ່ປະມານ 45 ນາທີ.
ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂັ້ນສູງ
ລົດ Captiva EV ໃໝ່ລ່າສຸດ ມາພ້ອມກັບເຕັກໂນໂລຊີທີ່ທັນສະໄໝ ເຊິ່ງຊ່ວຍໃຫ້ຜູ້ຂັບຂີ່ມີຄວາມໝັ້ນໃຈດ້ວຍຄຸນສົມບັດດ້ານຄວາມປອດໄພທີ່ຍົກລະດັບຂຶ້ນກວ່າເກົ່າ. ທ່ານຈະໄດ້ສຳຜັດກັບລະບົບເຊັນເຊີທີ່ເຮັດວຽກໄດ້ຢ່າງວ່ອງໄວ, ກ້ອງອັດສະລິຍະ ແລະ ການຕອບສະໜອງທີ່ທັນໃຈກວ່າເດີມ.
ລະບົບຄວບຄຸມຄວາມໄວອັດຕະໂນມັດແບບແປຜັນ ແລະ ລະບົບຄວບຄຸມຄວາມໄວໃນທາງໂຄ້ງ
ຕັ້ງຄ່າຄວາມໄວທີ່ທ່ານຕ້ອງການ ແລະ ລະບົບຈະຂັບຂີ່ຕາມລົດຄັນໜ້າໃຫ້ໂດຍອັດຕະໂນມັດ ພ້ອມທັງຮັກສາໄລຍະຫ່າງທີ່ປອດໄພ ເຖິງແມ່ນວ່າຈະຢູ່ໃນເສັ້ນທາງທີ່ເປັນທາງໂຄ້ງກໍຕາມ.
ລະບົບເບກສຸກເສີນອັດຕະໂນມັດ
ຊ່ວຍໃຫ້ທ່ານຫຼີກລ່ຽງ ຫຼື ຫຼຸດຜ່ອນຄວາມຮຸນແຮງຈາກການຕຳ.
ລະບົບເຕືອນການຕຳທາງໜ້າ
ຄຸນສົມບັດທີ່ຕິດຕັ້ງມານຳຕົວລົດ ເຊິ່ງຈະແຈ້ງເຕືອນຜູ້ຂັບຂີ່ ເມື່ອລະບົບກວດພົບວ່າມີຄວາມສ່ຽງທີ່ຈະເກີດການຕຳທາງໜ້າ.
ລະບົບຊ່ວຍຂັບຂີ່ອັດສະລິຍະ
ລະບົບຈະຊ່ວຍປະຄອງລົດໃຫ້ຢູ່ເຄິ່ງກາງຂອງເລນໂດຍອັດຕະໂນມັດ ພ້ອມທັງປັບຄວາມໄວ ແລະ ສັ່ງຢຸດລົດໃຫ້ເອງ ໂດຍອີງຕາມສະພາບການຈະລາຈອນໃນເວລານັ້ນ.
ຖົງລົມນິລະໄພ 4 ໜ່ວຍ
ຊ່ວຍຫຼຸດຜ່ອນການບາດເຈັບ ແລະ ແຮງກະແທກທີ່ອາດເກີດຂຶ້ນຈາກການຕຳໃຫ້ໜ້ອຍລົງ.
ກ້ອງສ່ອງພາບຮອບທິດທາງ 360 ອົງສາ
ຊ່ວຍໃຫ້ທ່ານເບິ່ງເຫັນພາບໄດ້ຢ່າງທົ່ວເຖິງ ແລະ ຊັດເຈນ ທັງສິ່ງທີ່ເກີດຂຶ້ນເທິງຖະໜົນ ແລະ ບໍລິເວນອ້ອມຮອບຕົວລົດ.
ລະບົບເຕືອນ ແລະ ຊ່ວຍປະຄອງລົດໃຫ້ຢູ່ໃນເລນ
ລະບົບຈະກວດຈັບເສັ້ນແບ່ງເລນ ແລະ ຊ່ວຍປ້ອງກັນບໍ່ໃຫ້ລົດແລ່ນອອກນອກເລນໂດຍບໍ່ໄດ້ຕັ້ງໃຈ.
ຂໍ້ມູນລົດ
ລາຍລະອຽດທົ່ວໄປ
ລະບົບຂັບເຄື່ອນ
ສະມັດຖະພາບຂອງຕົວລົດ
ໄລຍະທາງການຂັບຂີ່ ແລະ ລະບົບຂັບຂີ່ອັດຕະໂນມັດ - ທີ່ລະດັບໜ້ານ້ຳທະເລ
ລະບົບໄຟຟ້າ / ອິເລັກໂຕຣນິກ
ນ້ຳໜັກ ແລະ ຄຸນສົມບັດຂອງມວນສານ
ອຸປະກອນພາຍນອກ
ອຸປະກອນພາຍໃນ
ເຕັກໂນໂລຊີ
ຄວາມປອດໄພ ແລະ ການປ້ອງກັນ
ການສາກ
ການຮັບປະກັນ
Find a Dealer
CHEVROLET LAO – VIENTIANE
Asean road(T2), Nongduang Nuea Village, Chanthabuly District, Vientiane Capital, Lao PDR.
020 7666 8666, 7999 8000
CHEVROLET LAO – SAVANNAKHET
Hua Meang Nuea Village, Kaisone Phomvihane City, Savannakhet Province,Lao PDR.
020 7666 7776
CHEVROLET LAO – SOUTHERN
Km 3 Salakhiew-Dongjong, Sanamxay Village, Pakse City, Lao PDR.
020 7666 3666
ຂໍໃບສະເໜີລາຄາ























